ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄທ ຕົກລົງ​ຊື້ຍານບໍ່ມີຄົນຂັບ Sky Saker FX80 ຈາກ​ຈີນ


     ອີງຕາມລາຍງານຈາກເວັບໄຊ້ asianmilitaryreview.com ເປີດເຜີຍໃນ ວັນທີ 14 ພະຈິກ 2023 ນີ້ວ່າ: ກອງທັບໄທ ໄດ້
ເຮັດສັນຍາຈັດຊື້ຍານບໍ່ມີຄົນຂັບ Sky Saker FX80 ທີ່ພັດທະນາ ແລະ ຜະລິດ ໂດຍບໍລິສັດ ໂນຣິນໂກ ຂອງຈີນ ພາຍຫຼັງທີ່ຍານ
ດັ່ງກ່າວຖືກນຳມາວາງສະແດງທີ່ງານວາງສະແດງ ອຸປະ ກອນ ເພື່ອການປ້ອງກັນຊາດ ແລະ ຄວາມໝັ້ນຄົງ 2023 ທີ່ບາງກອກປະ
ເທດໄທ.

     ສັນຍາການຈັດຊື້ດັ່ງກ່າວໄດ້ຮັບການລົງນາມ ຫຼັງຈາກທີ່ ບໍລິສັດ ໂນຣິນໂກ ປະກາດວ່າກອງທັບໄທ ເປັນຜູ້ຊະນະການປະມູນ
ລາຄາຍານດັ່ງກ່າວ. ໃນສັນຍາການຈັດ ຊື້ ແມ່ນລວມມີລະບົບຍານບໍ່ມີ ຄົນຂັບ 4 ລຳ ບວກກັບສະຖານີ ຄວບຄຸມພາກພື້ນດິນໜຶ່ງສະ
ຖານີ. ສ່ວນການສົ່ງມອບອຸປະກອນທຸກຢ່າງ ແມ່ນໃຫ້ດຳເນີນ ພາຍໃນປີໜ້ານີ້.

     ການເງິນຂອງໄທ ໄດ້ອະນຸມັດງົບປະມານ ໃນການຈັດຊື້ຍານດັ່ງກ່າວແລ້ວ ເຊິ່ງມີມູນ ຄ່າ 5,28 ລ້ານ ໂດລາ ສະຫະລັດ ຫຼື
188,7 ລ້ານບາດ. ຍານບໍ່ມີຄົນຂັບ Sky Saker FX80 ຈະຖືກນຳໄປປ່ຽນແທນ ຍານ IAI Searcher Mk II tactical UAV
ທີ່ ກອງທັບໄທ ຈັດຊື້ ເຂົ້າປະຈຳການ ເມືອປີ 2000 ທີ່ຜ່ານມາ.

     ລາຍງານໄດ້ໃຫ້ ຮູ້ວ່າ: ຍານບໍ່ມີຄົນຂັບ Sky Saker FX80 ຖືກຜະລິດອອກໃຫ້ບໍລິການສອງລຸ້ນຄື: ລຸ້ນ ໃຊ້ພະລັງງານໄຟ
ຟ້າ ແລະ ລຸ້ນໃຊ້ນຳມັນເຊື້ອໄຟ, ເຊິ່ງທັງສອງລຸ້ນ ຈະໃຊ້ເວລາໃນການປະຕິບັດງານທີ່ແຕກ ຕ່າງກັນ. ລຸ້ນໃຊ້ພະລັງງານໄຟຟ້າຈະສາ
ມາດປະຕິບັດການໄດ້ດົນ 3 ຊົ່ວໂມງ ແລະ ລຸ້ນໃຊ້ພະລັງງານຈາກ ນ້ຳມັນເຊື້ອໄຟຈະສາມາດ ປະຕິບັດການໄດ້ດົນເຖິງ 8 ຊົ່ວ ໂມງ.
ສ່ວນວ່າກອງທັບໄທເລືອກສັ່ງຊື້ລຸ້ນໃດນັ້ນ ຍັງບໍ່ຮູ້ຂໍ້ມູນລະອຽດເທື່ອ.

     Sky Saker FX80 ເປັນຍານທີ່ໃຊ້ ເພື່ອການກວດກາສາລະເວ ທີ່ມີຄວາມຍາວ 2,9 ແມັດ, ປີກ ທັງສອງຂ້າງກວ້າງ 5,9
ແມັດ, ສາມາດບິນດ້ວຍຄວາມໄວ 110 ກິໂລແມັດ ຕໍ່ຊົ່ວໂມງ. ສາມາດບິນຂຶ້ນລົງ ລວງຕັ້ງດ້ວຍນ້ຳໜັກບັນຈຸ 68 ກິໂລກຼາມ ແລະ
ມີລັດສະໜີໃນການປະຕິບັດງານ 100 ກິໂລແມັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/11/2023